ການລົງທຶນ

ບໍລິສັດ ຂວັນໃຈການຄ້າ ຂາເຂົ້າ - ຂາອອກ ຈໍຳກັດ ເປັນຜູ້ຂາຍສົ່ງ, ເປັນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າທີ່ມີຄວາມຈຳເປັນ ໃນການດຳລົງຊີວິດປະຈຳວັນ  ແລະ ສິນຄ້າທົ່ວໄປເຊັ່ນ ສິນຄ້າອຸປະໂພກ ແລະ ບໍລິໂພກອາຫານ ແລະ  ເຄື່ອງດຶ່ມ, ເຄື່ອງສຳອາງ ເພື່ອຕອບສະໜອງ ຄວາມຕ້ອງການທີ່ຫຼາກຫຼາຍ ຂອງຄົນລຳວລຸ້ນໃໝ່ ໃນການເລືອກຊື້ສິນຄ້າທີ່ມີຄຸນນະພາບ.

ຈຸດ​ເດັ່ນ
• ສູນຈຳໜ່າຍສິນຄ້າຫຼັກໆ 4 ແຫ່ງ ພາຍໃນແຂວງສະຫວັນນະເຂດ ແລະ ນະຄອນຫຼວງ ວຽງຈັນ, ມີພື້ນທີ່ຈັດເກັບກ່ວາ 4,000 ຕາແມັດ.
• ນຳເຂົ້າສິນຄ້າຫຼາຍກ່ວາ 50,000 SKU ແລະ ມີຍອດຈຳໜ໋າຍໂດຍສະເລ່ຍສູງເຖິງ 150 ລ້ານໂດລາ.
• ຂາຍສິນຄ້າໄປຍັງສູນກະຈາຍສິນຄ້າຍ່ອຍ ຫຼື ຮ້ານຄ້າຕ່າງໆ ຫຼາຍກ່ວາ 5,000 ຮ້ານ ໃນທົ່ວປະເທດ.
• ຮັບຜິດຊອບໃນການກະຈາຍສິນຄ້າກ່ວາ 50,000 ລາຍການ.

 

ບໍລິການ​ບັດຕຶ່ມນ້ຳມັນ​​ ແທນ​ເງິນສົດ​ເປັນ​ນະ​ວັດຕະ​ກໍາ​ທີ່ສໍາຄັນ​ ເພື່ອ​​ອໍານວຍ​ຄວາມ​ສະດວກ​ໃນ​ການ​ຊໍາລະ​ເງິນ​ໃຫ້ ​ແກ່ຜູ້​ຖື​ບັດ​ຂອງ​​​ ປີ​ໂຕຣ​ເທຣດ​​ ເຊິ່ງ​ແບ່ງ​ອອກ​ເປັນ​ 3 ​ປະ​ເພດ​​ໄດ້​ແກ່:

ບັດ​ Fleet Plus ແລະ​ ບັດ Save Plus ເປັນ​ບັດ​ໃນລະບົບ​ ການຈ່າຍລາຍເດືອນ.​ ສຳລັບບັດ ​Easy Plus​ ແມ່ນບັດແບບຕື່ມເງິນ.

ປະຈຸບັນມີສະຖານີບໍລິການນ້ຳມັນ ຂອງ​ປີໂຕຣເທຣດ​ລວມ ​20​ ສາຂາ​ທີ່ເປີດໃຫ້ບໍລິການ ຊໍາລະຄ້ານ້ຳມັນດ້ວຍບັດແທນເງິນສົດ​ ແລະ​ ໃນອະນາຄົດ​ປີໂຕຣເທຣດ​ຈະຂະຫຍາຍບໍລິການບັດ ແທນເງິນສົດນີ້​ໄປຍັງການຊື້ສິນຄ້າ​ ແລະ ​ການບໍລິການອື່ນໆ ພາຍໃນສະຖານີບໍລິການ​ນ້ຳມັນ ​PLUS.

 

ບໍລິສັດ ສິດທິໂລຈີສຕິກລາວ ຈຳກັດ ເປັນຜູ້ໃຫ້ບໍລິການຂົນສົ່ງສິນຄ້າ ອຸປະໂພກບໍລິໂພກ ຂອງບໍລິສັດໃນເຄືອ ພົງສະຫວັນກຣຸບ ລວມທັງນ້ຳມັນ ແລະ ຜະລິດຕະພັນປີໂຕຣລ້ຽມຂອງບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ດ້ວຍຄວາມຕັ້ງໃຈ ຂອງຜູ້ກໍ່ຕັ້ງ ທີ່ຕ້ອງການພັດທະນາລະບົບ ຂົນສົ່ງ ຫຼື ໂລຈີສຕິກ ຂອງ ສປປລາວ ໃຫ້ຄອບຄຸມທຸກພື້ນທີ່ທົ່ວປະເທດ.

ບໍລິການ
• ການຂົນສົ່ງລະຫວ່າງປະເທດ ມີລົດບັນທຸກນ້ຳມັນຈຳນວນ 110 ຄັນ.
• ການຂົນສົ່ງພາຍໃນປະເທດມີລົດບັນທຸກນ້ຳມັນ ຈຳນວນ 80 ຄັນ.

 
ຂົນສົ່ງນ້ຳມັນ... ບໍລິການຄອບຄຸມທຸກພື້ນທີ່


ລະບົບຂົນສົ່ງ ​ແລະ ​ໂລຈີສຕິກ ຂອງ​ປີໂຕຣເທຣດ​ມີຄວາມຄອບຄຸມ​ ທຸກພື້ນທີ່ທົ່ວປະເທດ​ ເພື່ອອໍານວຍຄວາມສະດວກທັງລູກຄ້າ​ ແລະ​ ປະຊາຊົນທີ່ຮັບບໍລິການນໍ້າມັນ ໂດຍບໍລິສັດທີ່ມີສັກກະຍະພາບ​ດ້ານການ​​ ບໍລິຫານ ​​ແລະ​ ບໍລິການ.

ປີໂຕຣເທຣດ​ ໃຫ້ບໍລິການຂົນສົ່ງນ້ຳມັນ​ ໂດຍສົ່ງເຖິງໂຄງການຂອງ​ລູກຄ້າ ​(Direct Drop) ຫາກ​ໂຄງການ​ນັ້ນ ຕັ້ງຢູ່​​ໃກ້​ກັບ​ຊາຍ​ແດນ​ ຫຼື ​ຢູ່​ບົນ​ເສັ້ນທາງ​ທີ່​ລົດບັນທຸກ​ນ້ຳມັນສາມາດສົ່ງໄດ້ໂດຍກົງ.

 

ຮ້ານສະດວກ​ຊື້ ​PLUS Daily Mart ເປັນ​ຮ້ານ​ທີ່​ເປີດ​ໃຫ້ບໍລິການ​ ພາຍໃນສະຖານີ ບໍລິການນໍ້າມັນຂອງ​ ປີ​ໂຕຣ​ເທຣດ​ ບໍລິຫານງານໂດຍ​ ບໍລິສັດ​ ລາວ ​ ເດລີ້​ມາດ​ ຂາເຂ້າ - ຂາອອກ​ ຈໍາ ກັດ​ ສິນຄ້າພາຍໃນຮ້າ​ນ​ສ່ວນ​ໃຫຍ່ ​ເປັນ​ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກ​​ເຊັ່ນ:​ ອາຫານ,​​ ເຄື່ອງ​ດຶ່ມ, ​ໜັງສື ​​ແລະ​​ ເຄື່ອງ​ໃຊ້ປະຈໍາ​ວັນ ​​ເພື່ອ​ອໍານວຍ​ຄວາມ​ສະດວກ​ແກ່​ຜູ້​ທີ່​ເຂົ້າມາ​ໃຊ້​ ບໍລິການ​ທີ່ສະຖານີ ບໍລິການນ້ຳມັນ​​ໂດຍ​ຮ້ານ ​PLUS Daily Mart ຈະເປີດ​ໃຫ້ບໍລິການຕັ້ງແຕ່ ​6.00 - 21.00 ​ໂມງ ​ປະຈຸບັນມີໃຫ້ບໍລິການທີ່ສະຖານີ ບໍລິການນ້ຳມັນລວມມີ ​8​ ສາຂາ​ ແລະ​ ມີສາຂາທີ່ບໍ່ໄດ້ຢູ່ກັບສະຖານີບໍລິການ​ນ້ຳມັນ​ PLUS (Standalone) ອີກ​ 2​ ສາຂາ​ ໂດຍອະນາຄົດຈະເປີດໃຫ້ບໍລິິການເພີ່ມຂຶ້ນ ຕາມຈໍານວນສະຖານີບໍລິການນ້ຳມັນລະດັບ​ PLUS Platinum ແລະ​ PLUS Gold.

ນອກຈາກນີ້ ​ພາຍໃນສະຖານີບໍລິການນ້ຳມັນຂອງ​ ປີໂຕຣເທຣດ​ ຍັງມີບໍລິການ ດ້ານການເງິນ​ ໂດຍຜ່ານທາງຕູ້​ເອທີ​ເອັມຂອງ​ ​ທະນາຄາ​ນ​ ພົງ​ສະຫວັນ​ ແລະ ບໍລິການອື່ນໆ ອີກ​ດ້ວຍ.

 

ສູນບໍລິການລ້າງ​ ແລະ​ ບໍາລຸງຮັກສາລົດ​ Moly Care ເປັນອີກໜຶ່ງ​ບໍລິການສໍາຄັນຂອງ ​ປີໂຕຣເທຣດ ​ເຊິ່ງເຫັນວ່າ ຈະເຂົ້າມາມີສ່ວນຊ່ວຍ ໃຫ້ບໍລິການພາຍໃນ ສະຖານີບໍລິການນໍ້າມັນ ຂອງບໍລິສັດໄດ້ຄວາມສະດວກ​ສະບາຍ​ ແລະ​ ສະໜອງຄວາມຕ້ອງການ ຂອງລູກຄ້າໄດ້ຫຼາຍຂຶ້ນ.

ບໍລິສັດໄດ້ຮ່ວມມືກັບບໍລິສັດ​ຄາແລັກ ​(ໄທ - ເຢຍລະມັນ) ​ຈໍາກັດ​ ໃນການເປີດແຟນຊາຍສູນດູແລ​ ແລະ​ ບໍາລຸງຮັກສາລົດ​ Moly Care ເພື່ອໃຫ້ບໍລິການລ້າງລົດ​ ພາຍໃນ​ ແລະ​ ພາຍນອກ​ ເຊັ່ນ:​ ການເຄືອບ​ແວັກລົດໃຫ້ເງົາງາມ​ ແລະ​ ປ້ອງກັນສີລົດດ້ວຍເຕັກໂນໂລຊີ ທີ່ທັນສະໄໝ​ ໂດຍສະເພາະຢ່າງຍິ່ງ​ Moly Care ເປັນຜູ້ໃຫ້ບໍລິການເຄືອບແກ້ວລົດ ລາຍທໍາອິດຂອງ​ ສປປ​ ລາວ​ ໂດຍປະຈຸບັນໄດ້ເປີດໃຫ້ບໍລິການ Moly Care ໃນສະຖານີບໍລິການນໍ້າມັນ​ 4​ ສາຂາ​ ແລະ​ ມີແຜນຈະຂະຫຍາຍສາຂາ​ຢ່າງຕໍ່ເນື່ອງ ໃນອະນາຄົດ​ ພາຍໃນສະຖານີບໍ ລິການນ້ຳມັນ​ ລະດັບ​ PLUS Platinum​ ແລະ​ PLUS Gold.

 

ແບັລກ​ແຄນ​ຍ້ອນ​ຄອຟຟີ່ ເປັນ​ຮ້ານອາຫານແຫ່ງທໍາອິດ​ໃນ​ ສປປ​ ລາວ​ ທີ່ໄດ້ຮັບ​ອະນຸຍາດ​ຈາກ ​​ບໍລິສັ​ດ​ ​ແບັລກ​ແຄນ​ຍ້ອນ​ (ປະ​ເທດ​ໄທ)​ ຈໍາກັດ​​ໃຫ້ສາມາດ​ດໍາ​ເນີນ​ທຸລະ​ກິດ​ ໄດ້​ຢ່າງ​ຖືກຕ້ອງ​ບໍລິການ​ອາຫານ​​ ແລະ​​ ເຄື່ອງ​ດຶ່ມສະ​ໄຕ​ຢູໂຣບ​ຫຼາຍ​ປະ​ເພດ​​​ໄວ້ ​ຄອຍ​ບໍລິການ​ໃຫ້ ​ປະຊາຊົນ​ລາວ​​ ແລະ​ ນັກ​ທ່ອງ​ທ່ຽວ​ຮ້ານ​ອາຫາ​ນ​ແຫ່ງນີ້ ສາມາດ​ເປັນ​ສະຖານ​ທີ່ນັດ​ປະຊຸມ​ ຫຼື ​ສະຖານ​ທີ່​ນັດ​ພົບ​ເຈລະຈາ​ທຸລະ​ກິດຢ່າງ​ລົງ​ຕົວ.

ປະຈຸ​ບັນ​ຮ້ານ​ອາຫານ​ແບັລກແຄນ​ຍ້ອນ​ຄອ​ຟຟີ່ ​​ເປີດ​ໃຫ້​ບໍລິການ​ 2​ ສາຂາ​ຄື ​ສາຂາສາມ​ແສນ​ໄທ​​ ແລະ​ ທາດຫຼວງ ​​ເຊິ່ງຕັ້ງຢູ່​ໃຈ​ກາງ​ເມືອງ​ ວຽງຈັນ​ ສປປ​ ລາວ ​​ໂດຍ​ມີ​ແຜນ​ຈະ​ເປີດ​ອີກຫຼາຍສາຂາໃນ​ໄວໆ​​ນີ້.

 

ຜູ້ສະໜອງ

ລາຄານໍ້າມັນ (09/05/2024)

-> ອ່ານຕໍ່