ຂ່າວສານ

ພິທິປະດັບຫຼຽນນາມມະຍົດ ພັດທະນາດີເດັ່ນແຫ່ງຊາດ

ໃຫ້​ແກ່ທ່ານ ຈັນທອນ ສິດທິ​ໄຊ ປະທານສະພາບໍລິ​ຫານ

ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ

 ພິທິປະດັບຫຼຽນນາມມະຍົດ ພັດທະນາດີ ​ເດັ່ນແຫ່ງຊາດໃຫ້​ແກ່ : ທ່ານ ຈັນທອນ ສິດທິ​ໄຊ ປະທານສະພາບໍລິ​ຫານ ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ໄດ້​ຈັດ​ຂື້ນໃນ​ວັນ​ທີ 29 ທັນວາ 2020 ທີ່​ໂຮງ​ແຮມ ​ແລ່ນ​ມາກ ນະຄອນຫຼວງວຽງຈັນ

ໃຫ້ກຽດ​ເຂົ້າ​ຮ່ວມ​ໃນ​ພິທີ ມີ ​ທ່ານ ນາງ ​ເຂັມ​ມະນີ     ພົນ​ເສ​ນາ ລັດຖະມົນຕີ​ກະຊວງ​ອຸດ​ສາ​ຫະກໍາ​ການ​ຄ້າ, ທ່ານ ດຣ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;ທ່ານ ສຈ.​ດຣ​ ອ໋ອດ​ ພົງສະຫວັນ ຜູ້ກໍ່ຕັ້ງ ກຸ່ມບໍລິສັດ ພົງສະຫວັນ ກຳມະການສູນກາງແນວລາວສ້າງຊາດ ຮອງຫົວໜ້າຄະນະທີ່ປຶກສາ ແລະ ຜູ້ຮ່ວມມືວຽກງານເສດຖະກິດ ແລະ ກົດໝາຍ ຂອງແນວລາວສ້າງຊາດ, ທ່ານ ຈັນທອນ ສິດທິ​ໄຊ ປະທານ ບໍລິສັດປີໂຕຣລ້ຽມເທດດິ້ງລາວມະຫາຊົນ ພ້ອມ​ດ້ວຍ​ບັນດາ ການ​ນໍາ​ພັກ-​ລັດ, ທ່ານທູດ, ທຸຕານຸທູດ, ນັກທຸລະກິດ, ​ແຂກ​ທີ່​ຖືກ​ເຊີນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າ​ຮ່ວມ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສ​ນາ

ໃນ​ພິທີ ທ່ານ ຄໍາ​ຜາຍ ຈັນ​ສີສະໜຸດ ຮອງປະທານກຸ່ມບໍລິສັດພົງສະຫວັນ ຈໍາກັດ ​​ໄດ້​ຂື້ນກ່າວ ສະຫລຸບຜົນງານ ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ ຂອງ ທ່ານ ຈັນທອນ ສິດທິ​ໄຊ ປະທານສະພາບໍລິ​ຫານ ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ຜ່ານໄລຍະ 10 ປີ ໂດຍພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ແລະ ການຊີ້ນໍາໂດຍກົງຈາກລັດຖະບານ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງສູນກາງ ແລະ ທ່ອງຖິ່ນ, ບໍລິສັດ ປີໂຕຣລ້ຽມເທຣດດີ້ງ ລາວ ມະຫາຊົນ  ໄດ້ມີການເຄື່ອນໄຫວດໍາເນີນທຸລະກິດຂອງຕົນຢ່າງຕໍ່ເນື່ອງ ແລະ ກໍ່ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຫລາຍດ້ານ ອັນເປັນການປະກອບສ່ວນຢ່າງໃຫ່ຍຫລວງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ສະໜອງນໍ້າມັນເຊື້ອໄຟໃຫ້ປະຊາຊົນ ແລະ ຜູ້ຊົມໃຊ້ໃນແຕ່ລະປີ ຫລາຍກວ່າ 143 ລ້ານລິດ, ຜ່ານສະຖານີບໍລິການ 118 ແຫ່ງ, ມີ 5 ສາຂາ ໃນທົ່ວປະເທດ,  ມີຄັງສໍາຮອງນໍ້າມັນ 5 ແຫ່ງ, ບັນຈຸນໍ້າມັນໄດ້ 5.5 ລ້ານລິດ.  ເປັນບໍລິສັດ ທໍາອິດຂອງລາວທີ່ໄດ້ຮັບຮອງຄຸນນະພາບການບໍລິການ ທີ່ດີເດັນ  ແລະ  ໄດ້ມາດຖານສາກົນ.   ປະຈຸບັນມີ ລົດຂົນສົ່ງບໍລິການນໍ້າມັນ 300 ຄັນ, ມີບໍລິສັດຂວັນໃຈການຄ້າ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາສິນຄ້າຊົມໃຊ້ໃນຊີວິດປະຈໍາວັນ ປະເພດເຄື່ອງບໍລິໂພກ ທີ່ຫລາກຫລາຍ ເພື່ອສະໜອງຄວາມຕ້ອງການຂອງຕະຫລາດໄດ້ຫລາຍກວ່າ 20,000 ກ່ວາຮ້ານ ໃນທົ່ວປະເທດ.

ທ່ານ ຄໍາ​ຜາຍ ຈັນ​ສີສະໜຸດ

ບໍລິສັດ ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ຍັງໄດ້ເຊັນ MOU ກັບລັດຖະບານ ແລະ ທ່ອງຖິ່ນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ນອກ​ນັ້ນ ຍັງ​ໄດ້​ເອົາ​ໃຈ​ໃສ່ ປະຕິບັດລະບຽບກົດໝາຍ ຂອງລັດວາງອອກ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສຽພາສີອາກອນໃຫ້ລັດ ໄດ້ຕາມຄາດໝາຍ,       ໄປພ້ອມກັນນີ້ ຍັງໄດ້ບໍລິຈາກຊວ່ຍເຫລືອສັງຄົມເປັນຕົ້ນ ບໍລິຈາກຊ່ວຍເຫລືອຕ້ານໄພນໍ້າຖ້ວມ, ແຫ້ງແລ້ງ, ວຽກງານການສຶກສາ, ກິລາ, ອື່ນໆ ​ແລະ ໃນຊຸມປີຕໍ່ໜ້ານີ້ ຈະຕ້ອງສຸມໃສ່ສູ້ຊົນເຮັດໃຫ້ ທຸລະກິດມີຄວາມ ເຂັ້ມແຂງ ສາມາດ ແຂ່ງຂັນ ໄດ້ກັບພາກພື້ນ ແລະ ສາກົນແນໃສ່ປະກອບສ່ວນເຂົ້າໃນ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບລຸດລົງເທືອລະກ້າວ.

ໃນ​ພິທີ ​ທ່ານ ນາງ ຈັນ​ສຸກ ​ແສງ​ພະຈັນ ຫົວຫນ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ຂື້ນອ່ານ ລັດຖະດໍາລັດ​ຂອງ​ປະທານ​ປະ​ເທດ ວ່າ​ດ້ວຍ​ການປະດັບ​ຫຼຽນ​ ພັດທະນາ​ດີ​ເດັ່ນ​ແຫ່ງ​ຊາ​ດ ​ໃຫ້​ແກ່​ ທ່ານ​ ຈັນທອນ  ສິດທິ​ໄຊ ປະທານສະພາບໍລິ​ຫານ ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ທີ່ມີ​ຜົນງານ​ດີ​ເດັ່ນ ​​ປະ​ກອບສ່ວນພັດທະນາ​ເສດຖະກິດ - ການ​ຄ້າ ​ໃນ​ໄລຍະ​ຜ່ານ​ມາ ​ໃຫ້ກຽດຂື້ນ​ປະດັບ​ຫຼຽນພັດທະນາດີ ​ເດັ່ນແຫ່ງຊາດ ຄັ້ງ​ນີ້ ​ໂດຍ​ທ່ານ ນາງ ​ເຂັກມະນີ​ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸສາ​ຫະກໍາ ​ແລະ ການ​ຄ້ານ ພ້ອມ​ດຽວກັນ​ນີ້ ທ່ານ​ຍັງ​ໄດ້ ຂື້ນ​ກ່າວ​ໂອ້​ລົມ ​ເພື່ອ​ເປັນ​ການ​ຊີ້​ທິດ​ເຢືອງທາງ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ ຈັດ​ຕັ້ງ​ປະຕິບັດ ​ແລະ ພັດທະນາ​ວຽກງານຂອງ ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ​ໃນ​ອານາ​ຄົດ ອີກ​ດ້ວຍ.

ທ່ານ​ ຈັນທອນ  ສິດທິ​ໄຊ

ໃນ​ໂອກາດ​ອັນ​ມີ​ຄວາມໝາຍສໍາຄັນ​ນີ້ ທ່ານ​ ຈັນທອນ  ສິດທິ​ໄຊ ປະທານສະພາບໍລິ​ຫານ ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ກໍ່​ໄ​ດ້ຂື້ນ​ກ່າວ​ຮັບ ຄໍາ​ໂອ້​ວາດ ຂອງ​ທ່ານ​ລັດຖະມົນຕີ ກະຊວງ​ອຸສາ​ຫະກໍາ​ການ​ຄ້າ ພ້ອມ​ທັງ​ໃຫ້​ຄໍາໝັນສັນຍາ​ວ່າ: ຈະສຸມໃສ່ຍົກສູງປະສິດທິຜົນທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາຫົວໜ່ວຍທຸລະກິດທີ່ມີແລ້ວ,  ເອົາໃຈໃສ່ຢ່າງບໍ່ລົດລະຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງບັນດາໂຄງການທີ່ໄດ້ເຊັນສັນຍາຮ່ວມກັບລັດ, ບັນດາຂະແໜງການ, ທ້ອງຖິ່ນ ແລະ ກັບຕ່າງປະເທດ ເພື່ອເຮັດໃຫ້ທຸລະກິດຂອງຂອງ ມີການຂະຫຍາຍຕົວນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ນໍາເອົາຜົນປະໂຫຍດມາໃຫ້ປະເທດຊາດ, ປະຊາຊົນ ແລະ ບໍລິສັດ, ປະຕິບັດຢ່າງຖືກຕ້ອງລະບຽບການ ແລະ ກົດໝາຍຂອງລັດ, ເພີ່ມທະວີສ້າງບຸກຄະລະກອນ ທີ່ມີຄວາມສາມາດ ນໍາເອົາເຕັກນິກ, ເຕັກໂນໂລຍີ ທີ່ທັນສະໄໝເຂົ້າມານໍາໃຊ້ ໃນທຸກຂົງເຂດວຽກງານ, ສືບຕໍ່ ເຂົ້າຮ່ວມໂຄງການສາມສ້າງ ປະກອບສ່ວນ ເຂົ້າໃນການລົບລ້າງຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ນັບລຸດລົງເທືອລະກ້າວ, ປະຕິບັດຢ່າງຖືກຕ້ອງແນວທາງການຕ່າງປະເທດຂອງພັກ-ລັດ ທີ່ວາງອອກ, ເພີ່ມທະວີການຮ່ວມມືກັບສາກົນເປັນຕົ້ນ ບັນດາປະເທດເພື່ອນມິດຢຸດທະສາດ, ບັນດາປະເທດ ອາຊຽນ ແລະ ບັນດາປະເທດ ຂະຫຽາຍຕົວທາງດ້ານອຸດສະຫະກໍາ      ເພື່ອການຮ່ວມມື, ການແລກປ່ຽນສິນຄ້າ ແລະ ເພື່ອການພັດທະນາ. ປະກອບສ່ວນເຮັດໃຫ້ຖານະບົດບາດຂອງ ສປລາວ ສູງເດັ່ນຂຶ້ນໃນເວທີສາກົນ.

 

ລາຄານ້ຳມັນ (28/03/2024)

 

> ຂໍ້ມູນເພີ່ມເຕີມ...

ຄູ່ຮ່ວມຍຸດທະສາດທຸລະກິດຂອງພວກເຮົາ